
ກອງປະຊຸມໄດ້ໄຂຂຶ້ນໃນເວລາ 8:30 ໂມງ ຂອງວັນທີ 3 ມີນາ 2025, ທີ່ ຫ້ອງປະຊຸມຣີສອດນາປ່າກວາງ,ເມືອງແກ້ວອຸດົມ, ແຂວງ ວຽງຈັນ, ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ກອງປະຊຸມໃນຄັ້ງນີ້ມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ,ສຳນັກພິມສຶກສາ ແລະ ກິລາ, ສູນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ທົ່ວປະເທດ, ມະຫາວິທະຍາໄລ, ວິທະຍາໄລ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງ ຈາກບັນດາກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ອອນລາຍ ລວມທັງໝົດ 91 ທ່ານ.

ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ມີຄວາມໝາຍ ແລະ ມີເນື້ອໃນສຳຄັນດັ່ງນີ້: 1).ກົມຮ່ວມມືກັບຕ່າງປະເທດຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮ່ວມມືກັບຕ່າງປະເທດໂດຍຜ່ານປະຕູດຽວຂອງຂະແໜງການສຶກສາ, ວິທະຍາສາດແລະ ກິລາ ປະຈຳປີ 2024 ແລະ ແຜນປະຈໍາປີ 2025. 2).ຮັບຟັງລາຍງານສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກສັນຍາຮ່ວມມື ແລະ ວຽກສົນທິສັນຍາ, ຂັ້ນຕອນການສ້າງສັນຍາ ແລະ ການຈັດຕັ້ງປະຕິບັດວຽກງານຮ່ວມມືໃນຂອບສອງຝ່າຍໃນຂະແໜງສຶກສາ, ວິທະຍາສາດ ແລະ ກິລາ; ການຈັດຕັ້ງປະຕິບັດວຽກງານໃນຂອບອາຊຽນ ດ້ານການສຶກສາ, ວິທະຍາສາດ ແລະ ກິລາ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024; ການຮ່ວມມືກັບອົງການອຸຍແນັດສະໂກເພື່ອການພັດທະນາການສຶກສາ, ວິທະຍາສາດ ແລະ ວັດທະນະທຳ; ວຽກງານການໃຫ້ຄວາມຮູ້ດ້ານສານຕ້ອງຫ້າມໃນກິລາປະຈໍາປີ 2024. 3). ກົມຮ່ວມມືກັບຕ່າງປະເທດ ໄດ້ຜ່ານຮ່າງບົດສະຫຼຸບວຽກງານຮ່ວມມືກັບອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະ ບານ, ສະມາຄົມ ແລະ ມູນນິທິ ທີ່ໃຫ້ການຊ່ວຍເຫຼືອຂະແໜງສຶກສາ, ວິທະຍາສາດ ແລະ ກິລາ ປະຈຳປີ 2024 ແລະ ແຜນປະຈໍາປີ 2025. 4). ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຕໍ່ຮ່າງບົດລາຍງານ ແລະ ຜົນໄດ້ຮັບທີ່ພົ້ນເດັ່ນຂອງວກງານຮ່ວມມືກັບຕ່າງປະເທດ ປະຈຳປີ 2024 ແລະ ແຜນປະຈຳປີ 2025. 5). ກອງປະຊຸມຍັງໄດ້ແບ່ງກຸ່ມຄົ້ນຄວ້າຕາມ ຫົວຂໍ້ໃຫຍ່ 2 ຫົວຂໍ້ຄື: 1). ການໄປເຄື່ອນໄຫວຢູ່ຕ່າງປະເທດຂອງພະນັກງານ 2). ການຈັດຕັ້ງປະຕິບັດສັນຍາ ແລະ ສົນທິສັນຍາສາກົນ ແລະ ການປັບປຸງຂໍ້ຕົກລົງຂອງຂອງລັດຖະມົນຕີວ່າດ້ວຍການຮ່ວມມືກັບຕ່າງປະເທດ ແລະ ອສບລ ສະບັບເລກທີ 85.ສສກ, ລົງວັນທີ 30 ສິງຫາ 2019.ໃນກອງປະຊຸມໄດ້ເຫັນດີເປັນເອກະພາບຮ່ວມກັນ ດັ່ງນີ້:
- ເຫັນດີຮັບຮອງເອົາຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຮ່ວມມືກັບຕ່າງປະເທດ ປະຈຳປີ 2024 ແລະ ແຜນການເຄື່ອນໄຫວປະຈຳປີ 2025.
- ສະເໜີໃຫ້ທຸກພາກສ່ວນ ຂອງ ສສກ ສືບຕໍ່ປັບປຸງກົນໄກການປະສານງານ, ແບບແຜນວິທີການເຮັດວຽກ ແລະ ເຊີດຊູຄວາມເປັນເຈົ້າການ, ມີຄວາມສະດຸ້ງໄວຕາມສະພາບຄວາມເປັນຈິງຢ່າງພາວະວິໄສ ໂດຍສະເພາະການເລືອກເຟັ້ນໃນການຮັບເອົາໂຄງງການຮ່ວມມື ແລະ ການຊ່ວຍເຫຼືອຈາກຕ່າງປະເທດ ຢ່າງສົມເຫດສົມຜົນ, ຖືກເປົ້າໝາຍ ແລະ ຕອບສະໜອງຕາມຄວາມຕ້ອງການໃນການພັດທະນາ ພ້ອມທັງຍຶດໝັ້ນແນວທາງການຕ່າງປະເທດ ຂອງ ສປປ ລາວ.
- ມອບໃຫ້ກົມຮ່ວມມືກັບຕ່າງປະເທດສືບຕໍ່ປັບປຸງຂອດການປະສານງານ ແລະ ຈັດກອງປະຊຸມເຜີຍແຜ່ຂໍ້ມູນກ່ຽວກັບວຽກງານການຮ່ວມມືກັບຕ່າງປະເທດໃນຂະແໜງສຶກສາ, ວິທະຍາສາດ ແລະ ກິລາ, ວຽກງານສານຕ້ອງຫ້າມໃນກິລາ ແລະ ຂັ້ນຕອນການບໍລິຫານຈັດການວຽກງານ, ການປະກອບເອກະສານຕ່າງໆ, ສະໜັບສະໜູນດ້ານພິທີການ ແລະ ເນື້ອໃນໃຫ້ກັບພາກສ່ວນຕ່າງໆ ຂອງກະຊວງສຶກສາທິການ ແລະ ກິລາ ເຮັດໃຫ້ການຮ່ວມມືມີຄວາມສະດວກ ວ່ອງໄວ ແລະ ຖືກຕ້ອງຕາມພິທີການ.
- ກອງປະຊຸມເຫັນດີຕໍ່ຮ່າງບົດສະຫຼຸບວຽກງານຮ່ວມມືກັບ ອສບລ, ສະມາຄົມ, ມູນນິທິ ໃນຂະແໜງສຶກສາແລະ ກິລາ ໃນປີ 2024 ແລະ ແຜນ 2025.
- ກອງປະຊຸມເຫັນດີໃຫ້ທຸກພາກສ່ວນເປັນເຈົ້າການຈັດຕັ້ງປະຕິບັດ ແລະ ຕິດຕາມໂຄງການ ອສບລ, ສະມາຄົມ ແລະ ມູນນິທິ ໃນຂະແໜງ ສຶກສາ ແລະ ກິລາ.
- ກອງປະຊຸມເຫັນດີໃຫ້ກົມຮ່ວມມືກັບຕ່າງປະເທດ ສົມທົບກັບກົມຈັດຕັ້ງ ແລະ ພະນັກງານຄົ້ນຄວ້າ ໃຫ້ມີລະບຽບໃນການກຳນົດພະນັກງານໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ໃຫ້ທຸກພາກສ່ວນປະສານສົມທົບກັນ ໃນການສຶກສາຄວາມເປັນໄປໄດ້ ເພື່ອຮັບປະກັນຜົນໄດ້ຮັບ ແລະ ຄວາມຍືນຍົງຂອງວຽກງານ.
- ມອບໃຫ້ກົມຮ່ວມມືກັບຕ່າງປະເທດ ສົມທົບກັບ ກົມປະກັນຄຸນນະພາບການສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນຄວ້າ ແລະ ປັບປຸງຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການເຊັນສັນຍາຮ່ວມມືດ້ານການສຶກສາ ແລະ ກິລາ ກັບຕ່າງປະເທດ ແລະ ອົງການຈັດຕັັ້ງສາກົນ ສະບັບເລກທີ 4485/ສສກ, ລົງວັນທີ 30 ສິງຫາ 2019ຕາມລະບຽບການກອງປະຊຸມໄດ້ປິດລົງໃນເວລາ 16:40 ໂມງ ຂອງວັນທີ 3 ມີນາ 2024.

