ກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຮ່ວມງານ ASEAN India Start-up Festival 2024 (AISF 2024) ທີ່ປະເທດ ອິນເດຍ ໃນຂອບການຮ່ວມມື ASEAN-India. ຊຶ່ງງານດັ່ງກ່າວແມ່ນເປັນເຈົ້າພາບໂດຍມູນນິທິສໍາລັບນະວັດຕະກາ ແລະ ການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ (FIRST) ທີ່ IIT Kanpur ໂດຍໄດ້ຮັບການສະໜັບສະໜູນຈາກ ກົມວິທະຍາສາດ ແລະ ເຕັກໂນໂລຊີ, ປະເທດ ອິນເດຍ ແລະ ກົມສົ່ງເສີມອຸດສາຫະກຳ ແລະ ການຄ້າພາຍໃນ (DPIIT) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-30 ພະຈິກ 2024, ທີ່ ໂຮງແຮມ Vivanta Taj, ນະຄອນນິວເດລີ ປະເທດອິນເດຍ.
ກອງປະຊຸມໄດ້ໄຂຂຶ້ນໃນເວລາ 8:30 ໂມງ ຂອງວັນທີ 3 ມີນາ 2025, ທີ່ ຫ້ອງປະຊຸມຣີສອດນາປ່າກວາງ,ເມືອງແກ້ວອຸດົມ, ແຂວງ ວຽງຈັນ, ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ກອງປະຊຸມໃນຄັ້ງນີ້ມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ,ສຳນັກພິມສຶກສາ ແລະ ກິລາ, ສູນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ທົ່ວປະເທດ, ມະຫາວິທະຍາໄລ, ວິທະຍາໄລ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງ ຈາກບັນດາກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ອອນລາຍ ລວມທັງໝົດ 91 ທ່ານ.
ໃນກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ, ໃນວັນທີ 9 ມັງກອນ 2025 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສືກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ກີມ ເຊີນ, ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ໄດ້ລົງນາມແຜນການຮ່ວມມືດ້ານການສຶກສາ ປະຈຳປີ 2025 ພາຍໃຕ້ການເປັນສັກຂີພິຍານຂອງ ທ່ານ ຟ໋າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ຫ້ອງການເລຂາຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນສໂກ, ກົມຮ່ວມມືກັບຕ່າງປະເທດກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດກອງປະຊຸມຝຶກອົບຮົມການຂະຫຍາຍການສຶກສາຂອງເດັກຍິງ ແລະ ແມ່ຍິງໂດຍຜ່ານໂທລະໂຄ່ງບ້ານ
