
ໃນກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ, ໃນວັນທີ 9 ມັງກອນ 2025 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສືກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ກີມ ເຊີນ, ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ໄດ້ລົງນາມແຜນການຮ່ວມມືດ້ານການສຶກສາ ປະຈຳປີ 2025 ພາຍໃຕ້ການເປັນສັກຂີພິຍານຂອງ ທ່ານ ຟ໋າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ຕາມແຜນການຮ່ວມມື ປະຈຳປີ 2025, ຫວຽດນາມ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາລາວ ໄປຮຽນທີ່ ສສ ຫວຽດນາມ ໃນລະດັບມັດທະຍົມຕອນປາຍ, ປະລິນຍາຕີ ແລະ ຫຼັງປະລິນຍາຕີ. ໃນນັ້ນ, ສອງກະຊວງສຶກສາລາວ ແລະ ຫວຽດນາມ ຮັບຜິດຊອບຈັດຕັ້ງຜັນຂະຫຍາຍທຶນໄລຍະຍາວ 511 ທຶນ ແລະ ໄລຍະສັ້ນຫຼາຍກວ່າ 100 ທຶນ. ການມອບທຶນການສຶກສາໃຫ້ແກ່ ສປປ ລາວ ບໍ່ແມ່ນພຽງແຕ່ການປະກອບສ່ວນຊ່ວຍເຫຼືອໃນດ້ານການສຶກສາ ແຕ່ຍັງຢັ້ງຢືນໃຫ້ເຫັນການເອົາໃຈໃສ່ຢ່າງຕັ້ງໜ້າຂອງຫວຽດນາມໃນການປະກອບສ່ວນເຂົ້າໃນວຽກງານການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ.
ປີ 2025 ແມ່ນປີທີ່ມີຄວາມໝາຍຄວາມສຳຄັນພິເສດ ສຳລັບວຽກງານການຮ່ວມມືດ້ານການສຶກສາ ລະຫວ່າງ ລາວ-ຫວຽດນາມ ເນຶ່ອງຈາກສອງຝ່າຍຈະໄດ້ຮ່ວມກັນສະຫຼຸບການຈັດຕັ້ງຜັນຂະຫຍາຍໂຄງການ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ລາວ-ຫວຽດນາມ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030” ເຊິ່ງຜົນການສະຫຼຸບຈະແມ່ນພື້ນຖານທີ່ສຳຄັນໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ວາງໄວ້ໃນໄລຍະ 5 ປີຕໍ່ໜ້າ (2026-2030).
ໃນຊຸມປີທີ່ຜ່ານມາ ການຮ່ວມມືດ້ານການສຶກສາ ລະຫວ່າງ ລາວ-ຫວຽດນາມ ແມ່ນໄດ້ຮັບໝາກຜົນສູງ. ປັດຈຸບັນມີນັກສຶກສາລາວທີ່ກຳລັງສຶກສາຢູ່ ສສ ຫວຽດນາມ ຈຳນວນຫຼາຍກວ່າ 10,000 ຄົນ. ບັນດາສະຖານການສຶກສາຂອງຫວຽດນາມ ໄດ້ເອົາໃຈໃສ່ໃນການຮຽນ ແລະ ການເຄື່ອນໄຫວຊີວິດປະຈຳວັນຂອງນັກສຶກສາລາວຢ່າງເປັນປະຈຳ ພ້ອມທັງໄດ້ມີບັນດາມາດຕະການໃນການເພີ່ມທະວີຄວາມສາມາດໃນດ້ານວິຊາສະເພາະ ແລະ ບຳລຸງເພີ່ມເຕີມພາສາຫວຽດຂະແໜງການສະເພາະໃຫ້ແກ່ນັກສຶກສາລາວກ່ອນເຂົ້າຮຽນທີ່ມະຫາວິທະຍາໄລອີກດ້ວຍ.
ພິເສດ ໃນສົກປີ 2024-2025 ແມ່ນສົກປີທຳອິດທີ່ນັກຮຽນລະດັບມັດທະຍົມຕອນປາຍຂອງລາວ ໄດ້ສໍາເລັດການສຶກສາຂັ້ນສາມັນທີ່ ສສ ຫວຽດນາມ. ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດານ້ອງນັກຮຽນສາມາດສືບຕໍ່ຮຽນໃນລະດັບມະຫາວິທະຍາໄລ ທີ່ຫວຽດນາມ.
ວຽກງານການຮຽນ-ການສອນພາສາຫວຽດທີ່ ສປປ ລາວ ກໍໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າ ໂດຍຝ່າຍຫວຽດນາມໄດ້ສົ່ງຄູສອນພາສາຫວຽດມາປະຈຳການສອນຢູ່ບັນດາໂຮງຮຽນມັດທະຍົມ, ພາກວິຊາພາສາຫວຽດຂອງບັນດາມະຫາວິທະຍາໄລ, ວິທະຍາໄລ ແລະ ບັນດາສູນພາສາຫວຽດທີ່ ສປປ ລາວ. ວຽກງານດັ່ງກ່າວ ແມ່ນໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານການຮ່ວມມື ແລະ ຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງສອງຊາດ.
ນອກນັ້ນ, ໃນກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ, ສອງຝ່າຍຍັງໄດ້ເອກະພາບບູລິມະສິດພິເສດໃຫ້ແກ່ວຽກງານການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ ໂດຍໄດ້ເຫັນດີເນັ້ນໜັກໃສ່ວຽກງານການຮ່ວມມືພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ, ກໍ່ສ້າງຍົກລະດັບໃຫ້ພະນັກງານການນຳ, ພະນັກງານຄຸ້ມຄອງລະດັບສູງ, ນັກຮຽນ ແລະ ນັກສຶກສາລາວ ທີ່ ສສ ຫວຽດນາມ.

