WhatsApp Image 2024 09 26 at 11.37.47

ຈັດກອງປະຊຸມຝຶກອົບຮົມການຂະຫຍາຍການສຶກສາຂອງເດັກຍິງ ແລະ ແມ່ຍິງໂດຍຜ່ານໂທລະໂຄ່ງບ້ານ

 ຫ້ອງການເລຂາຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນສໂກ, ກົມຮ່ວມມືກັບຕ່າງປະເທດກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ  ຈັດກອງປະຊຸມຝຶກອົບຮົມການຂະຫຍາຍການສຶກສາຂອງເດັກຍິງ ແລະ ແມ່ຍິງໂດຍຜ່ານໂທລະໂຄ່ງບ້ານ

WhatsApp Image 2025 01 06 at 21.05.14 9e078f69
ວັນທີ 6 ມັງກອນ 2025 ຫ້ອງການເລຂາຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນສໂກ, ກົມຮ່ວມມືກັບຕ່າງປະເທດກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ  ໄດ້ເປີດກອງປະຊຸມຝຶກອົບຮົມການຂະຫຍາຍການສຶກສາຂອງເດັກຍິງ ແລະ ແມ່ຍິງໂດຍຜ່ານໂທລະໂຄ່ງບ້ານ ຊຶ່ງຈະດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 6-8 ມັງກອນ 2025 ທີ່ ຫ້ອງປະຊຸມພະແນກສຶກສາທິການ ແລະກິລາແຂວງ ສະຫວັນນະເຂດ ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ.ນາງ ສິລິນທອນ ສັກລໍຄໍາ ເລຂາທິການ,ຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອຳພອນ  ຂາວເພຍສຸພົມ,  ຮອງຫົວ ໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ລີພອນ  ເພັດຊະລາດ, ຫົວໜ້າກອງວິຊາການສື່ມວນຊົນ(ພະແນກ ຖວທແຂວງ),ທ່ານ ບຸນມີໄຊ ສົມມະນີ, ຮອງຫົວໜ້າພະແນກຄວາມກ້າວ ໜ້າແມ່ຍິງ, ແມ່ ແລະ ເດັກກະຊວງສຶກສາທິການແລະກິລາ, ທ່ານ ນາງ ກິນນາລອນ ແສງສົມບັດ ຫົວໜ້າຂະແໜງພັດທະນາ ແລະ ຝຶກອົບຮົມວິຊາຊີບ ສະຫະພັນແມ່ຍິງແຂວງ, ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ບັນດາທ່ານຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍໜ່ວຍງານການສຶກສານອກໂຮງຮຽນ ເມືອງນອງ ແລະ ເມືອງເຊໂປນ ແລະ ນາຍບ້ານໃນ 10 ບ້ານເປົ້າໝາຍ, ສະຫະພັນແມ່ຍິງຈາກ ເມືອງນອງ ແລະ ເມືອງເຊໂປນ ແລະ ສະຫະພັນແມ່ຍິງບ້ານ ແລະ ອາສາສະໝັກທັງ 10 ບ້ານ, ພ້ອມດ້ວຍທີມງານຈາກ ຫ້ອງການເລຂາ ຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນສໂກ ຊຶ່ງລວມມີຜູ້ເຂົ້າຮ່ວມທັງໝົດຈຳນວນ 63 ຍິງ 28 ທ່ານ.
3
ເປົ້າໝາຍການຝຶກອົບຮົມຄັ້ງນີ້ ແມ່ນສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມອາສາສະໝັກທັງເພດຍິງ ແລະ ເພດຊາຍ ເພື່ອນຳໃຊ້ໂທລະໂຄ່ງບ້ານ ເປັນເວທີໂຄສະນາ ແລະ ສົ່ງເສີມການສຶກສາຂອງເດັກຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ຢູ່ໃນບ້ານເປົ້າໝາຍ ຊຶ່ງບັນດາສຳມະນາກອນຈະໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມສຳຄັນຂອງການສຶກສາເດັກຍິງ, ບົດບາດ ແລະ ຄວາມສະເໝີພາບຍິງ-ຊາຍ, ຝຶກຕົວຈິງການເປັນນັກຈັດລາຍການໂທລະໂຄ່ງບ້ານ ພ້ອມທັງນຳເອົາເນື້ອໃນຈິດໃຈຂອງການຝຶກອົບຮົມໄປຜັນຂະຫຍາຍດຳເນີນຈັດລາຍການໂທລະໂຄ່ງບ້ານຂອງຕົນ.
WhatsApp Image 2025 01 06 at 21.06.07 0e72371b