WhatsApp Image 2024 09 26 at 11.37.47

ເຂົ້າຮ່ວມງານ ASEAN India Start-up Festival 2024 (AISF 2024) ທີ່ປະເທດ ອິນເດຍ

ກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຮ່ວມງານ ASEAN India Start-up Festival 2024 (AISF 2024) ທີ່ປະເທດ ອິນເດຍ ໃນຂອບການຮ່ວມມື ASEAN-India. ຊຶ່ງງານດັ່ງກ່າວແມ່ນເປັນເຈົ້າພາບໂດຍມູນນິທິສໍາລັບນະວັດຕະກາ ແລະ ການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ (FIRST) ທີ່ IIT Kanpur ໂດຍໄດ້ຮັບການສະໜັບສະໜູນຈາກ ກົມວິທະຍາສາດ ແລະ ເຕັກໂນໂລຊີ, ປະເທດ ອິນເດຍ ແລະ ກົມສົ່ງເສີມອຸດສາຫະກຳ ແລະ ການຄ້າພາຍໃນ (DPIIT) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-30 ພະຈິກ 2024, ທີ່ ໂຮງແຮມ Vivanta Taj, ນະຄອນນິວເດລີ ປະເທດອິນເດຍ.

WhatsApp Image 2024 12 09 at 11.45.01

ຈຸດປະສົງຂອງງານດັ່ງກ່າວແມ່ນເພື່ອຊຸກຍູ້ການຮ່ວມມືລະຫວ່າງອິນເດຍ ແລະ ບັນດາປະເທດອາຊຽນທາງດ້ານເຕັກໂນໂລຊີ, ນະໂຍບາຍ ແລະ ນະວັດຕະກຳ. ພາຍໃນ ງານຈະມີປະມານ 100 Startups ເຂົ້າຮ່ວມຊຶ່ງມາຈາກປະເທດອິນເດຍ ຈານວນ 60 ຄົນ ແລະ ປະເທດສະມາຊິກອາຊຽນ ຈໍານວນ 40 ຄົນ ສປປ ລາວ ໄດ້ຕັ້ງ 3 ບຸດ ໄດ້ຮັບລາງວັນຕາງໜ້າ ສປປ ລາວ 1ບຸດ. ໜ່ວຍງານທີ່ກ່ຽວຂ້ອງຈໍານວນ 5 ທ່ານ ໄປນໍາສະເໜີ ແລະ ແລກປ່ຽນບົດຮຽນຕ່າງໆດ້ານເຕັກໂນໂລຊີ ແລະ ນະ ວັດຕະກຳກັບປະເທດອິນເດຍ ແລະ ປະເທດສະມາຊິກອາຊຽນ.

WhatsApp Image 2024 12 09 at 11.45.01 1


WhatsApp Image 2024 12 09 at 11.45.05